ເມທານີ ຄວາມເປັນລາວ ມາດຕະຖານສານກົນ

ພວກເຮົາສ້າງໂຮງຮຽນເມທານີ ທີ່ມີຄຸນນະພາບເພື່ອຮອງຮັບຫຼານນ້ອຍຕັ້ງແຕ່ອາຍຸ 1 ປີ 3 ເດືອນຂຶ້ນໄປ ເຖິງຊັ້ນອະນຸບານ, ຊັ້ນປະຖົມ ແລະ ຊັ້ນມັດທະຍົມ (ໃນອະນາຄົດ) ດ້ວຍສະພາບແວດລ້ອມທີ່ຂຽວສະອາດ, ສະຖານທີ່ສຶກສາ ທີ່ອໍານວຍຄວາມສະດວກ ປອດໄພ ແລະ ໄດ້ມາດຕະຖານ.

ກ້າທີ່ຈະຝັນ ກ້າທີ່ຈະຮຽນຮູ້ສິ່ງໃໝ່ໆ

ດ້ານພາສາອັງກິດ ຫຼານນ້ອຍນັກຮຽນທຸກຄົນຈະໄດ້ຮຽນກັບເຈົ້າຂອງພາສາໂດຍກົງ ຈາກ ວິທະຍາໄລວຽງຈັນ Vientiane College LTD (VC) ໃຫ້ການຮ່ວມມືພັດທະນາລະບົບມາດຕະຖານສາກົນ Oxford International Curriculum ພ້ອມທັງສະໜອງຄູພາສາອັງກິດໃຫ້ແກ່ໂຮງຮຽນອະນຸບານ, ປະຖົມ ເມທານີ ທັງໃຫ້ຄໍາປຶກສາວາງແຜນ ແລະ ສະໜອງຂໍ້ມູນທີ່ເໝາະສົມ ສໍາຫຼັບການຮຽນ-ການສອນພາສາອັງກິດໄລຍະສັ້ນຢູ່ຕ່າງປະເທດ.

ຈຳນວນນັກຮຽນທີ່ຜ່ານການຮຽນຈາກໂຮງຮຽນຂອງພວກເຮົາ ແລະ ປັດຈຸບັນ
0 +
ລ້ຽງເດັກ
0 +
ລະດັບອະນຸບານ
0 +
ລະດັບປະຖົມ
0 +
ມັດທະຍົມ

ສະພາບແວດລ້ອມພະລັງບວກ

ນອກຈາກນັ້ນ ພວກເຮົາຍັງມີ ວິຊາພາສາເສີມອີກ 1 ພາສາ: ພາສາຍີ່ປຸ່ນ ໃຫ້ຫຼານນ້ອຍນັກຮຽນສາມາດເລືອກຮຽນໄດ້.

ດ້ານກິດຈະກໍານອກຫຼັກສູດພວກເຮົາກໍ່ມີກິດຈະກໍາຕ່າງໆທີ່ຫຼາກຫຼາຍໃຫ້ນັກຮຽນໄດ້ເລືອກຮຽນ ເພື່ອເສີມທັກສະ ແລະ ຄວາມສາມາດພິເສດເຊັ່ນ: ສີລະປະດົນຕີ (ARTS & MUSIC), ປະດິດຫຸ່ນຍົນ (ROBOTICS), ການເຕັ້ນບັນເລ (BALLET) ແລະ ກິລາປະເພດຕ່າງໆ (TAEKWONDO, FOOTBALL).

ພວກເຮົາໄດ້ທຸ້ມເທ ໃນການຝຶກອົບຮົມດ້ານການດູແລເບິ່ງແຍງ ແລະ ຢູ່ຮ່ວມກັນກັບເດັກນ້ອຍໃຫ້ແກ່ຄູອາຈານ ແລະ ບຸກຄະລາກອນດ້ານບໍລິຫານຂອງເຮົາ ໂດຍຜູ້ຊ່ວຍຊານຈາກປະເທດຍີ່ປຸ່ນ ເພື່ອໃຫ້ໝັ້ນໃຈວ່າຫຼານນ້ອຍນັກຮຽນທຸກຄົນຈະໄດ້ຮັບການສິດສອນທີ່ດີ ໄດ້ຄຸນນະພາບ ແລະ ມີອິດສະຫຼະໃນການຮຽນຮູ້.

ຫຼັກສູດຂອງພວກເຮົາແມ່ນ: ເປັນລະບົບລາວປະສົມຍີ່ປຸ່ນ ທີ່ທາງໂຮງຮຽນໄດ້ຄົ້ນຄວ້າ ແລະ ພັດທະນາຮ່ວມກັບຊ່ຽວຊານຍີ່ປຸ່ນ ວິຊາການ ທ່ານ ນິເຮ ທາໂມຊຶ (Nihei Tamotsu) ຜູ້ທີ່ມີປະສົບການຫຼາຍກວ່າ 30 ປີ ໃນການບໍລິຫານໂຮງຮຽນ ແລະ ອອກແບບຫຼັກສູດການສຶກສາຈາກປະເທດຍີ່ປຸ່ນ ຕັ້ງແຕ່ກ່ອນເລີ່ມກໍ່ຕັ້ງໂຮງຮຽນເມທານີຈົນເຖິງປະຈຸບັນ.

ເພື່ອສ້າງຫຼັກສູດທີ່ແທດເໝາະກັບຫຼານນ້ອຍນັກຮຽນລາວໂດຍສະເພາະ ທີ່ພວກເຮົາເອີ້ນວ່າຫຼັກສູດ “ພະລັງແຫ່ງການດໍາລົງຊີວິດ” ເຊິ່ງຫຼັກສູດນີ້ແມ່ນເພື່ອໃຫ້ຫຼານນ້ອຍມີການຮຽນຮູ້ທີ່ດີ, ມີສຸຂະພາບດີ, ຮູ້ຈັກການປະຕິບັັດໂຕໃນການຢູ່ຮ່ວມກັນກັບໝູ່ເພື່ອນ ແລະ ມີສໍາມາຄາລະວະ ຕໍ່ພໍ່ແມ່, ຜູ້ໃຫຍ່ ແລະ ຄູບາອາຈານ.

ຕຶກອາຄານຂອງພວກເຮົາແບ່ງເປັນ 2 ອາຄານເຊື່ອມຕໍ່ກັນ

ອາຄານທີ 1: ອາຄານຊັ້ນດຽວ ເປັນອາຄານຂອງຊັ້ນລ້ຽງເດັກ ເຖິງ ຊັ້ນອະນຸບານ 3.

ອາຄານທີ 2: ອາຄານສາມຊັ້ນ ເປັນອາຄານຂອງຊັ້ນປະຖົມ ແລະ ມັດທະຍົມ ເຊິ່ງທຸກໆອາຄານແມ່ນໄດ້ຖືກສ້າງຂື້ນ ແລະ ດູແລໂດຍຜູ້ຊ່ຽວຊານ ພ້ອມທັງມີລະບົບຄວາມປອດໄພໃນການຮັບມືກັບສະຖານະການຕ່າງໆຄົບຊຸດ. ພາຍໃນຫ້ອງຮຽນມີການຕົບແຕ່ງດ້ວຍອຸປະກອນທີ່ໄດ້ມາດຕະຖານ ແລະ ມີສິ່ງອໍານວຍຄວາມສະດວກເຊັ່ນ: ໂຮງຮຽນອາຫານ, ຫ້ອງສິລະປະ, ຫ້ອງທົດລອງວິທະຍາສາດ, ຫ້ອງປະຊຸມໃຫຍ່ Center hall ສໍາລັບການຈັດງານພາຍໃນໂຮງຮຽນ, ສະລວຍນໍ້າ, ເດີ່ນກິລາໃນຮົ່ມ, ເດີ່ນກິລາກາງແຈ້ງ ແລະ ບ່ອນຈອດລົດທີ່ກວ້າງຂວາງສະດວກສະບາຍ.

Shopping Cart